60,000 ₭
ລະຫັດປື້ມ: #E-000846
ສະຖານະ: ພ້ອມສົ່ງ
ວຽກງານທຸກສິ່ງທຸກຢ່າງຍ່ອມມີອຸປະສັກ ແລະຄວາມຫຍຸ້ງຍາກ, ຕ້ອງໄດ້ໃຊ້ຄວາມອົດທົນພະຍາຍາມສູງ ຈຶ່ງຈະປະສົບຜົນສຳເລັດ.
ເລື່ອງ “ເປັດນ້ອຍຂອງສົມປອງ” ແມ່ນຜົນງານຂອງ ອຸທິນ ບຸນຍາວົງ, ເປັນປຶ້ມສອງພາສາ ພ້ອມທັງປະກອບຮູບພາບ ເໝາະສຳລັບເດັັກນ້ອຍ ແລະເຍົາວະຊົນທີ່ກຳລັງຮຽນອ່ານ. ເຊິ່ງກ່າວເຖິງ ທ້າວສົມປອງ ຜູ້ມັກກິນໄຂ່ເປັດ, ຕ້ອງໄດ້ລ້ຽງເປັດນ້ອຍ ກວ່າເປັດຈະໃຫຍ່ກໍມີເຫດການ ແລະອຸປະສັກຕ່າງໆ, ຕ້ອງໄດ້ພົບກັບຄວາມໂສກເສົ້າສູນເສຍ ເຊິ່ງມີທັງຄວາມມ່ວນຊື່ນ ແລະອິດເມື່ອຍ ປະປົນກັນໄປ...
ນອກຈາກນີ້, ພາສາຄຳເວົ້າກໍເປັນຄຳເວົ້າທຳມະດາທີ່ເຂົ້າໃຈງ່າຍ ເນື້ອໃນດີ ແລະ ເປັນປະໂຫຍດຢ່າງຍິ່ງຜູ້ອ່ານ, ທັງສາມາດເປັນຄັງສາງທາງດ້ານພາສາ ແລະ ວັນນະຄະດີໃຫ້ແກ່ເຍົາວະຊົນ, ຄົນລາວ ແລະ ຊາວຕ່າງຊາດ ທີ່ກຳລັງຮຽນອ່ານພາສາລາວ.