60,000 ₭
ລະຫັດປື້ມ: #E-000261
ສະຖານະ: ພ້ອມສົ່ງ
ເລື່ອງ “ເຕມິຍະ ຊາຕະກະ” ແມ່ນເລື່ອງໜຶ່ງທີ່ນອນຢູ່ໃນນິທານຊາດົກ ເປັນໜັງສືທີ່ແປງຈາກຄໍາພີ ທະສະຊາຕະກະ ແລະແຕ່ງເປັນຄໍາກອນພາສາລາວ, ໂດຍ: ມະຫາສິລາ ວີຣະວົງສ໌.
ໃນເລື່ອງ ໄດ້ກ່າວເຖິງການບໍາເພັນພຽນໃຊ້ຊາດຂອງພະພຸດທະເຈົ້າ, ເຊິ່ງເກີດມາເປັນທ້າວເຕມິຍະ ເປັນລູກກະສັດ ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ແຕ່ຕ້ອງເຮັດຕິປາກກືກ ຍ້ອນວ່າເກີດຄວາມເບື່ອໜ່າຍຕໍ່ກັບໜ້າທີ່ ທີ່ຕົນກຳລັງຈະໄດ້ຮັບກໍຄື ການຂຶ້ນຄອງລາດຊະບັນລັງແທນພໍ່. ນອກນີ້, ຍັງໄດ້ກ່າວເຖິງການຖືສິນ ແລະການເຜີຍແຜ່ຫຼັກທຳຄຳສອນຂອງ ພະພຸດທະສາສະໜາຂອງທ້າວເຕເມ.
ເລື່ອງນີ້ໄດ້ແຕ່ງເປັນຄໍາກອນ ທີ່ມີສຳນວນພາສາທີ່ຄ່ອງຈ່ອງກັນ ອ່ານແລ້ວຈັບອົກຈັບໃຈ ແລະມ່ວນອອນຊອນ, ເວົ້າໄດ້ວ່າ ເປັນອີກເລື່ອງໜຶ່ງທີ່ປະກອບເຂົ້າໃນຄັງສາງຂອງວັນນະຄະດີລາວ ພ້ອມທັງເປັນປຶ້ມອ່ານທີ່ໃຫ້ຄຸນຄ່າແກ່ຜູ້ອ່ານ ແລະ ຜູ້ທີ່ກະລັງຮຽນຂຽນບົດກອນ ແລະບົດກະວີ.