35,000 ₭
ລະຫັດປື້ມ: #E-002637
ສະຖານະ: ພ້ອມສົ່ງ
ຈະມີຄົນຮັກ ຫຼືຄົນຊັງ ແມ່ນຂຶ້ນກັບຄຳເວົ້າຄຳວ່າຂອງເຮົາ ດັ່ງຄຳສຸພາສິດບູຮານລາວ ທີ່ກ່າວເອົາໄວ້ວ່າ “ເວົ້າດີມີສີແກ່ຕົວ ເວົ້າບໍ່ດີພາຕົວໝອງໝົ່ນ”
“ເຈົ້າເວົ້າໄດ້” ຜົນງານຂອງ ທອງດີ ພົມມະວົງສາ ນັກສະແດງ, ນັກກະວີ, ແລະນັກເວົ້າຜູ້ທີ່ມີຊື່ສຽງອີກຄົນໜຶ່ງທີ່ໄດ້ຮັບຄວາມນິຍົມຈາກມະຫາຊົນ. ເພິ່ນໄດ້ຮີບໂຮມເອົາວິທີການ, ທັກສະ ຈາກປະສົບການຂອງເພິ່ນມາຖ່າຍທອດໄວ້ໃນປຶ້ມຫົວນີ້. ເພື່ອເອົາໄວ້ເປັນຕົວແບບ, ເປັນແວ່ນແຍງ ທັງເປັນການສົ່ງເສີມ ແລະກະຕຸ້ນໃຫ້ນັກອ່ານທຸກທ່ານທີ່ຕ້ອງການເຝິກຝົນຕົນເອງໃຫ້ເປັນຄົນກ້າເວົ້າກ້າວ່າ ແລະກາຍເປັນນັກເວົ້າທີ່ດີໄດ້.
ນອກຈາກນີ້, ຄຳເວົ້າທີ່ເບິ່ງທຳມະດາ ແຕ່ບໍ່ທຳມະດາ ເພາະວ່າເພິ່ນຍັງຝາກຄຳເວົ້າທີ່ຄະຕິໄວ້ເກືອບທຸກໜ້າ ເພື່ອໃຫ້ຜູ້ອ່ານໄດ້ຄົ້ນຄິດຕຶກຕອງໄປນຳກັນ.