ປະເພດປື້ມ

ຕິດຕາມປື້ມໃໝ່ໄດ້ທີ່

ບົດບັນທຶກ ແລະ ເລື່ອງຈິງຄົນແທ້

  • ແສງສະຫວ່າງບົນເສັ້ນທາງຕໍ່ສູ້ກູ້ຊາດ
    95,000 ₭

    ລະຫັດປື້ມ: #E-003556

    ສະຖານະ: ພ້ອມສົ່ງ

  • ໄຟປະຕິວັດລູກເປັນແປວ
    30,000 ₭

    ລະຫັດປື້ມ: #E-003333

    ສະຖານະ: ພ້ອມສົ່ງ

  • ບັນທຶກຄວາມຊົງຈໍາ ຫວນຄືນເສັ້ນທາງຊີວິດ
    45,000 ₭

    ລະຫັດປື້ມ: #E-003301

    ສະຖານະ: ພ້ອມສົ່ງ

  • ໄກສອນ ພົມວິຫານ ຜູ້ຈົງຮັກພັກດີຕໍ່ການປະຕິວັດ ແລະ ປະຊາຊົນ
    60,000 ₭

    ລະຫັດປື້ມ: #E-003045

    ສະຖານະ: ພ້ອມສົ່ງ

    ປຶ້ມ ໄກສອນ ພົມວິຫານ ຜູ້ຈົງຮັກພັກດີຕໍ່ການປະຕິວັດ ແລະ ປະຊາຊົນ ປຶ້ມຫົວນີ້ຂຽນຂຶ້ນເພື່ອສະເຫຼີມສະຫຼອງ ແລະ ລະນຶກເຖິງ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 100 ປີ. ຈັດພິມໂດຍ ສະມາຄົມອະນຸລັກ ແລະ ສົ່ງເສີມວັດທະນະທໍາ ເຊິ່ງເປັນປຶ້ມຮີບຜົນການການຂຽນຂອງ ທ່ານ ສີຊະນະ ສີສານ ກ່ຽວກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ມີບົດບາດຕໍ່ກັບພັກໃນໄລຍະໃໝ່, ບາງຄວາມເຫັນກ່ຽວກັບເສດຖະກິດ-ການຄ້າ, ສະຫະກອນກະເສດ, ບາງບົດແປກ່ຽວກັບປະຫວັດສາດ ແລະ ອື່ນໆ. ເປັນປຶ້ມອີກຫົວໜຶ່ງທີ່ມີປະໂຫຍດຕໍ່ຂະບວນການຄົ້ນຄວ້າ, ການສຶກສາຮຽນຮູ້ ແລະ ສາມາດນໍາມາໝູນໃຊ້ໃນພາລະກິດການພັດທະນາປະເທດຊາດໃນປັດຈຸບັນ ແລະ ອະນາຄົດ.
  • ຄວາມເປັນມາການບໍລິຫານຂອງຄະນະສົງລາວ
    120,000 ₭

    ລະຫັດປື້ມ: #E-003024

    ສະຖານະ: ພ້ອມສົ່ງ

  • ເມື່ອທ່ານເປັນນາຍົກ
    80,000 ₭

    ລະຫັດປື້ມ: #E-002955

    ສະຖານະ: ພ້ອມສົ່ງ

    ປຶ້ມ ເມື່ອທ່ານເປັນນາຍົກ ເອກອັກຄະລັດຖະທູດ ສຸທຳ ສາກົນນິຍົມ ແລະ ເອກອັກຄະລັດຖະທູດ ມະໄລວຽງ ສາກົນນິຍົມ. ປຶ້ມຫົວນີ້ ເພິ່ນພິມຂຶ້ນ ເພື່ອເປັນຂອງຂວັນວັນເກີດໃຫ້ແກ່ ທ່ານນາຍົກລັດຖະມົນຕີ ປອ. ທອງລຸນ ສີສຸລິດ ໃນໂອກາດຄົບຮອບ 75 ປີຂອງທ່ານ (10/11/1945-10/11/2020). ເພິ່ນໄດ້ກ່າວເຖິງ ຄຸນສົມບັດ, ທັດສະນະຄະຕິ, ພິບໄຫວ ແລະຄວາມສາມາດໃນການບໍລິຫານ, ຊີ້ນຳ ນຳພາປະເທດຊາດ ແລະປະຊາຊົນຂອງທ່ານໃຫ້ຢູ່ເຢັນເປັນສຸກ.
  • ຢາກຕາຍຢ່າງວິລະຊົນ
    50,000 ₭

    ລະຫັດປື້ມ: #E-002932

    ສະຖານະ: ພ້ອມສົ່ງ

  • ວຽງໄຊເມືອງວິລະຊົນຄົນພິລະອາດຫານ
    100,000 ₭

    ລະຫັດປື້ມ: #E-002915

    ສະຖານະ: ພ້ອມສົ່ງ

  • ໄກສອນ ພົມວິຫານ ພົມ 4 ດ້ານ
    195,000 ₭

    ລະຫັດປື້ມ: #E-002712

    ສະຖານະ: ພ້ອມສົ່ງ

    “ໄກສອນ ພົມວິຫານ ພົມ 4 ດ້ານ” ຮຽບຮຽງໂດຍ ກາບແກ້ວ ທຳມະວົງ ເປັນປຶ້ມທີ່ຄົນລາວທຸກເພດທຸກໄວຄວນອ່ານ. ປຶ້ມຫົວນີ້ ໄດ້ເລົ່າຄືນກ່ຽວກັບຊີວິດ ແລະການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ ຢ່າງເປັນລະບົບຕັ້ງແຕ່ເຍົາໄວ ຈົນເຖິງການເປັນຜູ້ນຳສູງສຸດຂອງປະເທດ. ສິ່ງທີ່ເປັນຫົວໃຈສຳຄັນອີກອັນໜຶ່ງ ແມ່ນຜົນງານອັນໂດດເດັ່ນຂອງເພິ່ນ ທີ່ເອີ້ນວ່າ ພົມ 4 ດ້ານ ເຊິ່ງຈະປະກອບມີອັນໃດແດ່ນັ້ນ, ປຶ້ມຫົວນີ້ມີຄຳຕອບ.
  • ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ
    25,000 ₭

    ລະຫັດປື້ມ: #E-002412

    ສະຖານະ: ພ້ອມສົ່ງ

     ສິ່ງທີ່ເບິ່ງບໍ່ເຫັນ ບໍ່ແມ່ນວ່າບໍ່ມີຢູ່, ເລື່ອງລຶກລັບ ເຖິງບໍ່ເຊື່ອກໍບໍ່ອາດລົບລູ່ໄດ້.  “ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ” ບັນທຶກ, ເກັບກໍາ ແລະຖ່າຍທອດອອກມາໄວ້ໃນປຶ້ມຫົວນີ້ໂດຍ ນັກຂຽນທີ່ມີຊື່ວ່າ ແຫຍງ ພິລາກອນ.  ປຶ້ມຫົວນີ້ໄດ້ໂຮມເອົາບົດວັນນະຄະດີມະຫາຊົນ ຫຼືວັນນະຄະດີທ້ອງຖິ່ນ ເຊິ່ງມີເນື້ອໃນເວົ້າເຖິງນິທານ, ເລື່ອງເລົ່າ, ຕຳນານ ກ່ຽວກັບຄວາມເຊື່ອ ຮີດຄອງປະເພນີ ແລະສິ່ງລຶກລັບທີ່ເຮົາບໍ່ເຄີຍເບິ່ງເຫັນ ບໍ່ເຄີຍໄດ້ສຳຜັດ ແຕ່ເຊື່ອວ່າມີຢູ່ຈິງ. ເປັນຕົ້ນແມ່ນ ຄວາມເຊື່ອກ່ຽວກັບຄວາມລຶກລັບ ແລະປາຕິຫານຂອງພະຍານາກໃນພື້ນແມ່ນໍ້າຂອງອັນກວ້າງໃຫຍ່ ແລະອຸດົມສົມບູນ ທີ່ປະຊາຊົນໃຫ້ຄວາມເຊື່ອຖື ແລະເຄົາລົບບູຊາ.  ພ້ອມດຽວກັນນັ້ນ, ປຶ້ມ “ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ” ຍັງຈະຊ່ວຍໃຫ້ຜູ້ອ່ານໄດ້ເສບ ແລະສຳຜັດກັບອັດຖະຣົດອັນເປັນສີສັນຂອງສິລະປະວັນນະຄະດີລາວໄດ້ຢ່າງຫຼາກຫຼາຍ.
  • ບົດຂຽນຈຳນວນໜຶ່ງ
    36,000 ₭

    ລະຫັດປື້ມ: #E-002407

    ສະຖານະ: ພ້ອມສົ່ງ

    ປຶ້ມ “ບົດຂຽນຈໍານວນໜຶ່ງຂອງ ທ້າວ ສີສະຫຼຽວ ສະແຫວງສຶກສາ” ເປັນຜົນງານຂອງທ່ານ ສີສະຫຼຽວ ສະແຫວງສຶກສາ, ເປັນປຶ້ມທີ່ໜ້າສົນອົກສົນໃຈ ແລະໃຫ້ຂໍ້ຄິດຫຼາຍແງ່ມຸມທີ່ມີຄຸນຄ່າຢ່າງຍິ່ງໃນປັດຈຸບັນ ເໝາະສໍາລັບ ນັກສຶກສາ, ນັກພັດທະນາ ແລະຄົນທົ່ວໄປ. ເນື້ອໃນປຶ້ມເຫຼັ້ມນີ້,ໄດ້ອະທິບາຍປັດຊະຍາກ່ຽວກັບຄໍາວ່າ “ຄົນ” ຄວາມຄິດເຫັນໃນພັດທະນາປະເທດຊາດ, ວິທີການຫັນສິນຄ້າແບບທໍາມະຊາດໃຫ້ກາຍເປັນສິນຄ້າສົ່ງອອກຕ່າງປະເທດ, ການສ້າງເສດຖະກິດທີ່ເໝາະສົມ ແລະຍືນຍົງ, ເປົ້າໝາຍໃນການອະນຸລັກຮັກສາສິ່ງແວດລ້ອມໃນປະເທດລາວເຮົາ. ພ້ອມກັນນັ້ນ, ຍັງຊ່ວຍໃຫ້ຜູ້ອ່ານເຂົ້າໃຈຕໍ່ການພັດທະນາ ແລະມີແນວຄິດສ້າງສັນທີ່ຖືກຕ້ອງສອດຄ່ອງກັບພູມິປະເທດເຮົາ.
  • ຊຸດນ້າດາລີວັນ
    165,000 ₭

    ລະຫັດປື້ມ: #E-002355

    ສະຖານະ: ພ້ອມສົ່ງ

  • ຊຸດ ກົນຮັກດອກທໍ້
    174,000 ₭

    ລະຫັດປື້ມ: #E-002354

    ສະຖານະ: ພ້ອມສົ່ງ

Scroll