ປະເພດປື້ມ

ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ

25,000 ₭ ນໍ້າໜັກ 0.20 kg

ສະຖານະຂອງປື້ມ: ພ້ອມສົ່ງ

 ສິ່ງທີ່ເບິ່ງບໍ່ເຫັນ ບໍ່ແມ່ນວ່າບໍ່ມີຢູ່, ເລື່ອງລຶກລັບ ເຖິງບໍ່ເຊື່ອກໍບໍ່ອາດລົບລູ່ໄດ້.  “ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ” ບັນທຶກ, ເກັບກໍາ ແລະຖ່າຍທອດອອກມາໄວ້ໃນປຶ້ມຫົວນີ້ໂດຍ ນັກຂຽນທີ່ມີຊື່ວ່າ ແຫຍງ ພິລາກອນ.  ປຶ້ມຫົວນີ້ໄດ້ໂຮມເອົາບົດວັນນະຄະດີມະຫາຊົນ ຫຼືວັນນະຄະດີທ້ອງຖິ່ນ ເຊິ່ງມີເນື້ອໃນເວົ້າເຖິງນິທານ, ເລື່ອງເລົ່າ, ຕຳນານ ກ່ຽວກັບຄວາມເຊື່ອ ຮີດຄອງປະເພນີ ແລະສິ່ງລຶກລັບທີ່ເຮົາບໍ່ເຄີຍເບິ່ງເຫັນ ບໍ່ເຄີຍໄດ້ສຳຜັດ ແຕ່ເຊື່ອວ່າມີຢູ່ຈິງ. ເປັນຕົ້ນແມ່ນ ຄວາມເຊື່ອກ່ຽວກັບຄວາມລຶກລັບ ແລະປາຕິຫານຂອງພະຍານາກໃນພື້ນແມ່ນໍ້າຂອງອັນກວ້າງໃຫຍ່ ແລະອຸດົມສົມບູນ ທີ່ປະຊາຊົນໃຫ້ຄວາມເຊື່ອຖື ແລະເຄົາລົບບູຊາ.  ພ້ອມດຽວກັນນັ້ນ, ປຶ້ມ “ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ” ຍັງຈະຊ່ວຍໃຫ້ຜູ້ອ່ານໄດ້ເສບ ແລະສຳຜັດກັບອັດຖະຣົດອັນເປັນສີສັນຂອງສິລະປະວັນນະຄະດີລາວໄດ້ຢ່າງຫຼາກຫຼາຍ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ແຫຍງ ພິລາກອນ
ຜູ້ຈຳໜ່າຍ ແຫຍງ ພິລາກອນ
ພີມຄັ້ງທີ່ 0
ພີມປີ 2018
Scroll