ວັດຈະນານຸກົມ ຄຳວັດ
180,000 ₭
ນໍ້າໜັກ 0.50 kg
ປຶ້ມ ວັດຈະນານຸກົມ ຄຳວັດ
ຄົ້ນຄວ້າ ແລະ ຮຽບຮຽງໂດຍ: ພຣະ ບຸນທະວີ ກົມພະພັນ
ເພິນໄດ້ຮີມໂຮມເອົາບັນດາຄຳສັບທີ່ໃຊ້ໃນທາງພຸດທະສາສະໜາ ມາແປ ແລະ ອະທິບາຍຄວາມໝາຍຂອງຄໍາສັບເຫຼົ່ານັ້ນ ເພື່ອໃຫ້ປະຊາຊົນລາວຊາວພຸດຄວນຮູ້ ແລະ ເພື່ອບໍ່ໃຫ້ມີການໃຊ້ຄຳສັບແບບຜິດໆ ຖືກໆ ເຊິ່ງເພິ່ນໄດ້ແຍກອກກເປັນ 3 ກຸ່ມຄໍາຫຼັກໆ ເຊັ່ນ ບັນດາກຸ່ມຄໍາສັບກ່ຽວກັບພຸດທະສາສະໜາ, ຄໍາສັບກ່ຽວກັບວັດທະນະທໍາ ຮີດຄອງປະເພນີ ແລະ ຄວາມເຊື່ອ, ຄໍາສຸພາສິດ ຄໍາໂຕງໂຕຍ ແລະ ສໍານວນລາວ ທີ່ກ່ຽວຂ້ອງກັບພຸດທະສາສະໜາ ແລະ ວັດທະນະທຳລາວ.
ປຶ້ມຫົວນີ້ ເປັນປຶ້ມມີຄຸນປະໂຫຍດຢ່າງມະຫາສານຕໍ່ກັບສາສະໜາພຸດ ແລະປະຊາຊົນລາວທຸກເພດທຸກໄວ ທີ່ສົນໃຈຮຽນຮູ້, ນໍາໄປປະຕິບັດ ແລະ ເຜີຍແຜ່ ໃຫ້ເກີດດອກອອກຜົນ