ພື້ນ ແລະບັ້ງຈຸ້ມບ້ານຫົວຫາດ
40,000 ₭
ນໍ້າໜັກ 0.50 kg
ຄົນເຮົາທຸກຄົນທີ່ເກີດມາ ລ້ວນແລ້ວແຕ່ມີພໍ່ມີແມ່, ມີເຊື້ອສາຍວົງຕະກຸນ, ມີບ້ານເກີດເມືອງນອນ ມີບັນພະບູລຸດ ໄວ້ໃຫ້ເຄົາລົບບູຊາ.
ປຶ້ມ “ພື້ນ ແລະບັ້ງຈຸ້ມບ້ານຫົວຫາດ” ຄົນຄວ້າ ແລະຮຽບຮຽງໂດຍ ທ່ານ ຫົງເຫີນ ຂຸນພິທັກ ເປັນປຶ້ມທີ່ບັນທຶກປະຫວັດຄວາມເປັນມາ, ທີ່ຕັ້ງພູມສັນຖານ, ການສ້າງບ້ານແປງເມືອງ, ວັດທະນະທຳ ແລະຮີດຄອງປະເພນີ ຕະຫຼອດຮອດບຸກຄົນສຳຄັນຂອງບ້ານ ແລະ ເຊື້ອສາຍລາຍລ່ອງວົງຕະກຸນຂອງ ບ້ານຫົວຫາດ, ເມືອງສອງຄອນ, ແຂວງສະຫວັນນະເຂດ ຕັ້ງແຕ່ບູຮານຈົນເຖິງປັດຈຸບັນ.
ປຶ້ມຫົວນີ້ມີທັງ ຂໍ້ມູນ ແລະຮູບພາບທີ່ຂ້ອນຂ້າງລະອຽດ ຊັດເຈນ, ເວົ້າໄດ້ວ່າເປັນປຶ້ມທີ່ມີຄຸນຄ່າອັນມະຫາສານຕໍ່ກັບລູກຫຼານຜູ້ເກີດໃໝ່ໃຫຍ່ລຸນໃຫ້ໄດ້ຮູ້ເຖິງກົກເຫງົ້າເຫຼົ່າກໍຂອງຕົນ ແລະເປັນປະໂຫຍດຢ່າງຍິ່ງຕໍ່ກັບພີ່ນ້ອງບ້ານໃກ້ເຮືອນຄຽງກໍຄືຄົນອື່ນໆ ທີ່ຕ້ອງການທຳຄວາມຮູ້ຈັກ ແລະຢາກສຶກສາຂໍ້ມູນບ້ານຫົວຫາດ.