ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ
25,000 ₭
ນໍ້າໜັກ 0.20 kg
ສິ່ງທີ່ເບິ່ງບໍ່ເຫັນ ບໍ່ແມ່ນວ່າບໍ່ມີຢູ່, ເລື່ອງລຶກລັບ ເຖິງບໍ່ເຊື່ອກໍບໍ່ອາດລົບລູ່ໄດ້.
“ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ” ບັນທຶກ, ເກັບກໍາ ແລະຖ່າຍທອດອອກມາໄວ້ໃນປຶ້ມຫົວນີ້ໂດຍ ນັກຂຽນທີ່ມີຊື່ວ່າ ແຫຍງ ພິລາກອນ.
ປຶ້ມຫົວນີ້ໄດ້ໂຮມເອົາບົດວັນນະຄະດີມະຫາຊົນ ຫຼືວັນນະຄະດີທ້ອງຖິ່ນ ເຊິ່ງມີເນື້ອໃນເວົ້າເຖິງນິທານ, ເລື່ອງເລົ່າ, ຕຳນານ ກ່ຽວກັບຄວາມເຊື່ອ ຮີດຄອງປະເພນີ ແລະສິ່ງລຶກລັບທີ່ເຮົາບໍ່ເຄີຍເບິ່ງເຫັນ ບໍ່ເຄີຍໄດ້ສຳຜັດ ແຕ່ເຊື່ອວ່າມີຢູ່ຈິງ. ເປັນຕົ້ນແມ່ນ ຄວາມເຊື່ອກ່ຽວກັບຄວາມລຶກລັບ ແລະປາຕິຫານຂອງພະຍານາກໃນພື້ນແມ່ນໍ້າຂອງອັນກວ້າງໃຫຍ່ ແລະອຸດົມສົມບູນ ທີ່ປະຊາຊົນໃຫ້ຄວາມເຊື່ອຖື ແລະເຄົາລົບບູຊາ.
ພ້ອມດຽວກັນນັ້ນ, ປຶ້ມ “ເລື່ອງລຶກລັບພື້ນແມ່ຂອງ ເງືອກທ່າກົກທອງ” ຍັງຈະຊ່ວຍໃຫ້ຜູ້ອ່ານໄດ້ເສບ ແລະສຳຜັດກັບອັດຖະຣົດອັນເປັນສີສັນຂອງສິລະປະວັນນະຄະດີລາວໄດ້ຢ່າງຫຼາກຫຼາຍ.