ປະເພດປື້ມ

ສາລີ​ ບໍ່ແມ່ນສາລອຍ

45,000 ₭ ນໍ້າໜັກ 0.10 kg

ສະຖານະຂອງປື້ມ: ພ້ອມສົ່ງ

“ສາລີ ບໍ່ແມ່ນສາລອຍ” ເປັນຜົນງານການປະພັນຂອງ ດວງເດືອນ ບຸນຍາວົງ, ເປັນປຶ້ມສຳລັບສົ່ງເສີມ ແລະພັດທະນາທັກສະການອ່ານພາສາລາວໃຫ້ກັບເດັກນ້ອຍລາວ ເຊິ່ງ ຈັດພິມໂດຍສຳນັກພິມດອກເກດ. ເລື່ອງ “ສາລີບໍ່ແມ່ນສາລອຍ” ໄດ້ກ່າວເຖິງ ນາງ ໝູນ້ອຍ ໄປຊື້ສາລອຍຢູ່ຕະຫຼາດ, ເຊິ່ງໃນຕະຫຼາດພັດມີແຕ່ສາລີ ເຊິ່ງລາວເຂົ້າໃຈວ່າເປັນສາລອຍ... ນອກຈາກນີ້, ຍັງແຕ່ເປັນກາບກອນສັ້ນ ດ້ວຍພາສາຄຳເວົ້າທີ່ເຂົ້າໃຈງ່າຍ ທີ່ຊ່ວຍໃຫ້ຜູ້ອ່ານຈື່ຈຳໄດ້ໄວ. ຄຳກາບກອນ ແລະບົດອ່ານທີ່ສັ້ນໆອ່ານງ່າຍ ຈະເປັນສິ່ງທີ່ດຶງດູດ, ຊັກຈູງໃຫ້ເດັກນ້ອຍທີ່ພວມຮຽນເວົ້າ ຮຽນອ່ານ ເຂົ້າເຖິງລົດຊາດຂອງວັນນະຄະດີ ທີ່ຈະເຕີບໃຫຍ່ ແລະຂະຫຍາຍຕົວໄປພ້ອມກັບຄວາມມັກອ່ານຂອງເຂົາ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ທ່ານ ນາງ ດວງເດືອນ ບຸນຍາວົງ
ຜູ້ຈຳໜ່າຍ ທ່ານ ນາງ ດວງເດືອນ ບຸນຍາວົງ 20 %
ພີມຄັ້ງທີ່ 0
ພີມປີ 0
Scroll