ປະເພດປື້ມ

ວັງນໍ້າວິບປະໂຫຍກ

40,000 ₭ ນໍ້າໜັກ 0.20 kg

ສະຖານະຂອງປື້ມ: ພ້ອມສົ່ງ

ຄວາມຮັກບໍ່ໄດ້ຈໍາແນກສີຜິວ ຫຼືຊົນຊັ້ນວັນນະມີແຕ່ຄົນທີ່ນໍາເອົາສິ່ງເຫຼົ່ານັ້ນມາຂັ້ນກາງຄວາມຮັກ ຈົນເກີດບັນຫາຕ່າງໆຕາມມາ. ນະວະນິຍາຍເລື່ອງ “ວັງນໍ້າວິບປະໂຍກ” ກາຍເປັນຕໍານານຮັກທີ່ມີຄົນນິຍົມຊົມຊອບ ແລະໃຫ້ຄວາມສົນອົກສົນໃຈກັນທົ່ວໂລກ, ເຊິ່ງຂຽນໂດຍ: ຊັມເມີເຊັທ ມອຫມ, ແປ ແລະຮຽບຮຽງໂດຍ: ບຸນທັນ ພົງພິຈິດ ເໝາະສໍາລັບໄວໜຸ່ມຜູ້ທີ່ມີກະແສນິຍົມແຕ່ງງານກັບຊາວຕ່າງຊາດ. ໃນນີ້, ເພິ່ນໄດ້ກ່າວເຖິງຕໍານານຄວາມຮັກລໍສັນ ແລະອີ່ເທລທີ່ມີຄວາມແຕກຕ່າງກັນທາງສີຜີວ, ດ້ານເຊື້ອຊາດ, ວັດທະນາທໍາ ແລະຊີວິດການເປັນຢູ່ ເປັນອຸປະສັກ ແລະເປັນສິ່ງສ້າງຄວາມແຕກຫັກໃຫ້ແກ່ຄວາມຮັກ...ສຸດທ້າຍແລ້ວ ຄວາມຮັກຂອງທັງສອງຈະຈົບລົງແບບໃດນັ້ນ ເປັນສິ່ງທີ່ເຮົາຕ້ອງຫາຄໍາຕອບນໍາກັນ ໃນ “ວັງນໍ້າວິບປະໂຍກ” ພ້ອມກັນນີ້, ຜູ້ອ່ານຍັງໄດ້ສໍາຜັດກັບຄວາມງາມຂອງພາສາ ແລະວິທີຂຽນທີ່ກະທັດຮັດເຂົ້າໃຈງ່າຍ ດຶງດູດຈິດໃຈເວລາອ່ານເຮັດໃຫ້ເຮົາຄ້ອຍຕາມນຶກເຫັນພາບໃນເລື່ອງ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ບຸນທັນ ພົງພິຈິດ
ຜູ້ຈຳໜ່າຍ ທ່ານ ບຸນທັນ ພົງພິຈິດ
ພີມຄັ້ງທີ່ 1
ພີມປີ 2010
Scroll