ເຖິງໜຸ່ມສາວ
30,000 ₭
ນໍ້າໜັກ 0.10 kg
ຄວາມສະເໝີພາບ ເປັນຈຸດທີ່ສໍາຄັນໃນການດໍາລົງຊີວິດຮ່ວມກັນໃນສັງຄົມ ໂດຍສະເພາະລະຫວ່າງຍິງ-ຊາຍ ທີ່ຕ້ອງໄດ້ປະຕິບັດຕໍ່ກັນ
ບົດຄວາມ “ເຖິງໄວໝຸ່ມ” ເປັນຜົນງານຂອງ ກຣິດສະນະມຸນຕີ ແປເປັນພາສາວລາວໂດຍ ດວງແຂ ບຸນຍາວົງ ເປັນບົດຄວາມທີ່ເໝາະແກ່ຊາວໜຸ່ມຍິງ-ຊາຍ ລວມໄປເຖິງຜູ່ອ່ານທຸກເພດທຸກໄວ.
ເຊິ່ງເພິ່ນໄດ້ກ່າວເຖິງຊີວິດໄວໜຸ່ມສາວທີ່ກໍາລັງຮຽນຮູ້ຈາກປະສົບການຊີວິດຈິງທີຕ້ອງມີການພົວພັນ ແລະ ຢູ່ຮ່ວມກັນຫຼາຍຄົນ ໂດຍທີ່ບໍ່ແມ່ນແຕ່ຮຽນນໍາສະຖາບັນການສຶກສາ, ແຕ່ລວມທັງຄວາມຮູ້ສາມາດທີ່ຮຽນຈາກປະສົບການດໍາເນີນຊີວິດຈິງ.
ນອກຈາກນີ້, ຍັງມີຫຼາຍຫົວຂໍ້ທີ່ຕອບໂຈດຄໍາຖາມທີ່ທ່ານຢາກຮູ້ ແລະ ໃຫ້ສາລະປະໂຫຍດແກ່ທ່ານ ຜູ່ແຕ່ງໄດ້ໃຊ້ສັບພາສາທີ່ເຂົ້ໃຈງ່າຍ ໃຊ້ສໍານວນປຽບທຽບອ່ານແລ້ວຈະໄດ້ຂໍ້ຄິດຕະຫຼອດເວລາ.