ປະເພດປື້ມ

ໃຜວ່າເງິນເປັນພະເຈົ້າ

25,000 ₭ ນໍ້າໜັກ 0.25 kg

ສະຖານະຂອງປື້ມ: ພ້ອມສົ່ງ

ປັດຈຸບັນນີ້ “ເງິນ” ເປັນປັດໃຈສໍາຄັນໃນການດຳລົງຊີວິດຂອງຄົນໃນສັງຄົມ ເງິນ ສາມາດຊື້ຫຼາຍໆຢ່າງໃນຊີວິດໄດ້ ແຕ່ບາງຄັ້ງ ເງິນກໍບໍ່ອາດຊື້ຄວາມສຸກທີ່ແທ້ຈິງໄດ້. “ໃຜວ່າ ເງິນເປັນພະເຈົ້າ” ເປັນເລື່ອງໜຶ່ງທີ່ຢູ່ໃນປຶ້ມ ໂຮມເລື່ອງສັ້ນ “ໃຜວ່າ ເງິນເປັນພະເຈົ້າ” ຂອງ ດວງຈຳປາ ຫຼື ດາລາ ກັນລະຍາ, ເປັນປຶ້ມໂຮມເລື່ອງສັ້ນທີ່ກຳລັງໄດ້ຮັບຄວາມສົນໃຈຈາກນັກອ່ານທັງຫຼາຍ ໂດຍສະເພາະກໍແມ່ນໄວໜຸ່ມ, ໄວກາງຄົນ ທີ່ກໍາລັງຢູ່ໃນຊ່ວງທີ່ກຳລັງຢາກໄດ້ຢາກມີ... ເພິ່ນໄດ້ກ່າວເຖິງ ສີບົວ ຍິງສາວທີ່ຕ້ອງໄດ້ສູ້ຊີວິດມາແຕ່ເປັນເດັກນ້ອຍ ຍ້ອນຄອບຄົວຂາດເຂີນ ອັນເປັນສາເຫດເຮັດໃຫ້ນາງນັບຖືເງິນເປັນດັ່ງພະເຈົ້າ, ແລະຄວາມຜິດພາດ ແລະປະສົບການຊີວິດ ອັນໂສກເສົ້າເຮັດໃຫ້ນາງຮູ້ວ່າ ເງິນບໍ່ສາມາດຊື້ທຸກສິ່ງທຸກຢ່າງໄດ້ໂດຍສະເພາະແມ່ນຄວາມຮັກ. ນອກຈາກນີ້, ຍັງມີເລື່ອງອື່ນໆ ທີ່ໜ້າສົນໃຈ , ໃຫ້ປະໂຫຍດໃຫ້ແງ່ຄິດຫຼາຍຢ່າງ ໂດຍສະເພາະແມ່ນການສ່ອງແສງສັງຄົມໃນແງ່ມູມຕ່າງໆ ດ້ວຍຄຳເວົ້າທີ່ທຳມະດາ ແຕ່ມີຄວາມໝາຍເລິກເຊິ່ງກິນໃຈຜູ້ອ່ານໄດ້ດີ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ດວງຈໍາປາ
ຜູ້ຈຳໜ່າຍ ສ.ອ.ສ.ວ
ພີມຄັ້ງທີ່ 1
ພີມປີ 2011
Scroll