ປະເພດປື້ມ

ໂລງພໍ່ຕູ້

25,000 ₭ ນໍ້າໜັກ 0.20 kg

ສະຖານະຂອງປື້ມ: ສິນຄ້າໝົດ

“ໂລງພໍ່ຕູ້” ປຶ້ມໂຮມເລື່ອງສັ້ນ ຂອງ ດວງຈໍາປາ ຫຼື ດາຣາ ກັນລະຍາເປັນເລື່ອງທີ່ເໝາະສໍາລັບທຸກເພດທຸກໄວໃນສັງຄົມລາວປັດຈຸບັນ. ເລື່ອງ “ໂລງພໍ່ຕູ້” ກ່າວເຖິງທ້າວຍົດ ແລະແມ່ຜູ້ທີ່ທຸກຍາກ, ບໍ່ມີເງິນພໍທີ່ຈະຊ່ວຍງານສົ່ງສະການພໍ່ຕູ້ ແຕ່ວ່າດ້ວຍຄວາມຮູ້ ແລະສີມືຂອງທ້າວຍົດ ເຮັດໃຫ້ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຜູ້ອື່ນ. ນອກຈາກນີ້, ຍັງມີເລື່ອງມ່ວນໆອີກຫຼາຍເລື່ອງທີ່ປະກອບຢູ່ໃນປຶ້ມເຫຼັ້ມນີ້ ທີ່ມີເນື້ອໃນສ່ອງແສງບັນຫາຂອງສັງຄົມ ໃຫ້ຄະຕິ ແລະຄວາມຮູ້ແກ່ຜູ້ອ່ານ. ພ້ອມກັນນີ້,ຍັງມີຄວາມອຸດົມສົມບູນທາງພາສາ-ວັນນະຄະດີ ທີ່ສາມາດເປັນຕົວແບບ, ຕໍາລາໃຫ້ແກ່ນັກຂຽນໜຸ່ມຜູ້ທີ່ກໍາລັງຝຶກຂຽນເລື່ອງສັ້ນ.
ຜູ້ຂຽນ ດວງຈໍາປາ
ຜູ້ຈຳໜ່າຍ ທ່ານ ນາງ ດາລາ ກັນລະຍາ
ພີມຄັ້ງທີ່ 1
ພີມປີ 2012
Scroll