ປະເພດປື້ມ

ຕິດຕາມປື້ມໃໝ່ໄດ້ທີ່

ນິທານ

  • ຕຳນານວຽງພູຄາ
    10,000 ₭

    ລະຫັດປື້ມ: #E-002675

    ສະຖານະ: ພ້ອມສົ່ງ

  • ນິທານເຂົ້າ
    35,000 ₭

    ລະຫັດປື້ມ: #E-002654

    ສະຖານະ: ພ້ອມສົ່ງ

  • ເວົ້າດີມີປະໂຫຍດ
    35,000 ₭

    ລະຫັດປື້ມ: #E-002329

    ສະຖານະ: ພ້ອມສົ່ງ

    ປຶ້ມ “ເວົ້າດີ ມີປະໂຫຍດ” ຮຽບຮຽງໂດຍ ອຸທິນ ບຸນຍາວົງ, ປຶ້ມນິທານປະກອບຮູບພາບ ເພື່ອເສີມທັກສະການອ່ານພາສາລາວ, ຜູ້ໃຫຍ່ອ່ານໄດ້ ເດັກນ້ອຍອ່ານດີ. “ເວົ້າດີ ມີປະໂຫຍດ” ເປັນນິທານພື້ນເມືອງ ເຜົ່າມົ້ງ ທີ່ກ່າວການຜິດຖຽງກັນຂອງຜົວເມຍຄູ່ໜຶ່ງ ແລະບັນຫາດັ່ງກ່າວກັບໄດ້ຮັບການແກ້ໄຂໄປໃນທີ່ດີຢ່າງບໍ່ໜ້າເຊື່ອດ້ວຍຄຳເວົ້າພຽງຄຳດຽວຂອງເມຍ... ນອກຈາກນີ້, ພາສາຄຳເວົ້າກໍເປັນຄຳເວົ້າທຳມະດາທີ່ເຂົ້າໃຈງ່າຍ ເນື້ອໃນດີ ແລະເປັນປະໂຫຍດຢ່າງຍິ່ງຕໍ່ກັບນັກຮຽນຊັ້ນປະຖົມ ແລະ ຊາວຕ່າງຊາດ ທີ່ກຳລັງຮຽນອ່ານພາສາລາວ.
  • ນາງແຕງອ່ອນ
    30,000 ₭

    ລະຫັດປື້ມ: #E-002277

    ສະຖານະ: ພ້ອມສົ່ງ

  • ຈຳປາສີ່ຕົ້ນ
    25,000 ₭

    ລະຫັດປື້ມ: #E-002254

    ສະຖານະ: ພ້ອມສົ່ງ

  • ເລືອດນາງຢາງດູ່
    25,000 ₭

    ລະຫັດປື້ມ: #E-002253

    ສະຖານະ: ພ້ອມສົ່ງ

    ໂຮມເລື່ອງສັ້ນ “ເລືອດນາງຢາງດູ່” ເປັນອີກເລື່ອງໜຶ່ງທີ່ສະເທືອນອາລົມຈິດຜູ້ອ່ານ, ມີຫຼາກຫຼາຍສີສັນທີ່ໜ້າສົນໃຈ ບໍ່ວ່າຈະເປັນ ເນື້ອໃນ ແລະສິລະປະການໃຊ້ພາສາ. ເຊິ່ງເປັນຜົນງານຂອງ ທ່ານ ຄໍາອ້ວນ ພິດສະລາດ ເໝາະສໍາລັບໄວໜຸ່ມຜູ້ທີ່ກໍາລັງໃຝ່ຫາຄວາມຮັກ ແລະຄົນທົ່ວໄປ. ເລື່ອງນີ້, ໄດ້ກ່າວເຖິງຄວາມຮັກຂອງ ຄູ ຄໍາກອງ ກັບ ນາງ ປະທຸມມາ ແມ່ຍິງຜູ້ທີ່ຫຼົງໄຫຼລືມຕົວມົວເມົາໄປກັບວັດຖຸເງິນຄຳ ແລະໄພສັງຄົມ, ຄໍາວ່າ “ເລືອດນາງຢາງດູ່” ມີທີ່ມາແນວໃດ ພວກເຮົາສາມາດໄປຫາຄໍາຕອບນໍາກັນຈາກປຶ້ມຫົວນີ້. ນອກຈາກນັ້ນ, ໃນປຶ້ມຫົວນີ້ຍັງມີອີກຫຼາຍເລື່ອງທີ່ມີເນື້ອຫາສາລະອັນເປັນບົດຮຽນ ແລະໃຫ້ຂໍ້ຄິດໃນແງ່ມູມຕ່າງໆ ເພື່ອໄປປັບໃຊ້ໃນຊີວິດປະຈໍາວັນ.
  • ນາງຜົມຫອມ
    27,000 ₭

    ລະຫັດປື້ມ: #E-002251

    ສະຖານະ: ພ້ອມສົ່ງ

  • ທ້າວສີວິໄຊ
    23,000 ₭

    ລະຫັດປື້ມ: #E-002247

    ສະຖານະ: ພ້ອມສົ່ງ

  • ທ້າວ ກໍ່າເປ່
    25,000 ₭

    ລະຫັດປື້ມ: #E-000848

    ສະຖານະ: ພ້ອມສົ່ງ

  • ເປັດນ້ອຍຂອງສົມປອງ
    60,000 ₭

    ລະຫັດປື້ມ: #E-000846

    ສະຖານະ: ພ້ອມສົ່ງ

    ວຽກງານທຸກສິ່ງທຸກຢ່າງຍ່ອມມີອຸປະສັກ ແລະຄວາມຫຍຸ້ງຍາກ, ຕ້ອງໄດ້ໃຊ້ຄວາມອົດທົນພະຍາຍາມສູງ ຈຶ່ງຈະປະສົບຜົນສຳເລັດ. ເລື່ອງ “ເປັດນ້ອຍຂອງສົມປອງ” ແມ່ນຜົນງານຂອງ ອຸທິນ ບຸນຍາວົງ, ເປັນປຶ້ມສອງພາສາ ພ້ອມທັງປະກອບຮູບພາບ ເໝາະສຳລັບເດັັກນ້ອຍ ແລະເຍົາວະຊົນທີ່ກຳລັງຮຽນອ່ານ. ເຊິ່ງກ່າວເຖິງ ທ້າວສົມປອງ ຜູ້ມັກກິນໄຂ່ເປັດ, ຕ້ອງໄດ້ລ້ຽງເປັດນ້ອຍ ກວ່າເປັດຈະໃຫຍ່ກໍມີເຫດການ ແລະອຸປະສັກຕ່າງໆ, ຕ້ອງໄດ້ພົບກັບຄວາມໂສກເສົ້າສູນເສຍ ເຊິ່ງມີທັງຄວາມມ່ວນຊື່ນ ແລະອິດເມື່ອຍ ປະປົນກັນໄປ... ນອກຈາກນີ້, ພາສາຄຳເວົ້າກໍເປັນຄຳເວົ້າທຳມະດາທີ່ເຂົ້າໃຈງ່າຍ ເນື້ອໃນດີ ແລະ ເປັນປະໂຫຍດຢ່າງຍິ່ງຜູ້ອ່ານ, ທັງສາມາດເປັນຄັງສາງທາງດ້ານພາສາ ແລະ ວັນນະຄະດີໃຫ້ແກ່ເຍົາວະຊົນ, ຄົນລາວ ແລະ ຊາວຕ່າງຊາດ ທີ່ກຳລັງຮຽນອ່ານພາສາລາວ.
  • ເຕມິຍະ ຊາຕະກະ
    60,000 ₭

    ລະຫັດປື້ມ: #E-000261

    ສະຖານະ: ພ້ອມສົ່ງ

    ເລື່ອງ “ເຕມິຍະ ຊາຕະກະ” ແມ່ນເລື່ອງໜຶ່ງທີ່ນອນຢູ່ໃນນິທານຊາດົກ ເປັນໜັງສືທີ່ແປງຈາກຄໍາພີ ທະສະຊາຕະກະ ແລະແຕ່ງເປັນຄໍາກອນພາສາລາວ, ໂດຍ: ມະຫາສິລາ ວີຣະວົງສ໌. ໃນເລື່ອງ ໄດ້ກ່າວເຖິງການບໍາເພັນພຽນໃຊ້ຊາດຂອງພະພຸດທະເຈົ້າ, ເຊິ່ງເກີດມາເປັນທ້າວເຕມິຍະ ເປັນລູກກະສັດ ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ແຕ່ຕ້ອງເຮັດຕິປາກກືກ ຍ້ອນວ່າເກີດຄວາມເບື່ອໜ່າຍຕໍ່ກັບໜ້າທີ່ ທີ່ຕົນກຳລັງຈະໄດ້ຮັບກໍຄື ການຂຶ້ນຄອງລາດຊະບັນລັງແທນພໍ່. ນອກນີ້, ຍັງໄດ້ກ່າວເຖິງການຖືສິນ ແລະການເຜີຍແຜ່ຫຼັກທຳຄຳສອນຂອງ ພະພຸດທະສາສະໜາຂອງທ້າວເຕເມ. ເລື່ອງນີ້ໄດ້ແຕ່ງເປັນຄໍາກອນ ທີ່ມີສຳນວນພາສາທີ່ຄ່ອງຈ່ອງກັນ ອ່ານແລ້ວຈັບອົກຈັບໃຈ ແລະມ່ວນອອນຊອນ, ເວົ້າໄດ້ວ່າ ເປັນອີກເລື່ອງໜຶ່ງທີ່ປະກອບເຂົ້າໃນຄັງສາງຂອງວັນນະຄະດີລາວ ພ້ອມທັງເປັນປຶ້ມອ່ານທີ່ໃຫ້ຄຸນຄ່າແກ່ຜູ້ອ່ານ ແລະ ຜູ້ທີ່ກະລັງຮຽນຂຽນບົດກອນ ແລະບົດກະວີ.
  • ທ້າວ ສຸວັນນະສາມ
    60,000 ₭

    ລະຫັດປື້ມ: #E-000257

    ສະຖານະ: ພ້ອມສົ່ງ

    ເລື່ອງ“ທ້າວ ສຸວັນນະສາມ” ເປັນນິທານຊາດົກຄໍາກອນ ແມ່ນຫນັງສືທີ່ແປງຈາກຄໍາພີ ທະສະຊາຕະກະ ແລະແຕ່ງເປັນຄໍາກອນພາສາລາວ, ໂດຍ: ມະຫາສິລາ ວີຣະວົງສ. ໃນເລື່ອງນີ້, ໄດ້ກ່າວການບໍາເພັນພຽນຊາດໜຶ່ງທີ່ພະພຸດທະອົງໃຊ້ຊາດເປັນພະໂພທິສັດດ້ວຍການເກີດມາເປັນທ້າວສຸວັນນະສາມຜູ້ທີ່ມີຈິດໃຈກະຕັນຍູກະຕະເວທີຕໍ່ຜູ້ບັງເກີດເກົ້າຄືໄດ້ລ້ຽງພໍ່ແມ່ຂອງຕົນດ້ວຍຄວາມອົດທົນ. ນອກຈາກນີ້, ຍັງໄດ້ສອດແຊກຫຼັກທໍາຄໍາສອນຫຼາຍຢ່າງທີ່ເປັນປະໂຫຍດຕໍ່ຄົນລາວຊາວພຸດ. ການຂຽນປະກອບໄປດ້ວຍຄໍາກອນທີ່ເກາະກ່າຍມ່ວນອອນຊອນ ແລະຈັບອົກຈັບໃຈເວລາອ່ານ.
  • ທ້າວ ມະຫາຊະນົກ
    60,000 ₭

    ລະຫັດປື້ມ: #E-000256

    ສະຖານະ: ພ້ອມສົ່ງ

  • ຄວາມຊື່ສັດ
    30,000 ₭

    ລະຫັດປື້ມ: #E-000229

    ສະຖານະ: ພ້ອມສົ່ງ

  • ກະຮອກນ້ອຍຢູ່ໃສ
    30,000 ₭

    ລະຫັດປື້ມ: #E-000225

    ສະຖານະ: ພ້ອມສົ່ງ

Scroll