15,000 ₭
ລະຫັດປື້ມ: #E-000860
ສະຖານະ: ພ້ອມສົ່ງ
“ກົບ ແຂ້ ຄວາຍ” ເລື່ອງມ່ວນໆຂອງຕົວອັກສອນ ເປັນຜົນງານຂອງ ຄຳຫຼ້າ ປັນຍາສຸກ ແລະ ແຕ້ມຮູບປະກອບໂດຍ ອຸ່ນຫຼ້າ ສັນຕິ, ເປັນປຶ້ມທີ່ສົ່ງເສີມການອ່ານ ທີ່ເໝາະສຳລັບເດັກນ້ອຍ.
ເລື່ອງ “ກົບ ແຂ້ ຄວາຍ” ເປັນປຶ້ມລວມຄໍາກອນມ່ວນໆທີ່ແຕ່ງສັດຕ່າງໆ ໂດຍລຽນຕາມຕົວອັກສອນຕັ້ງແຕ່ ຕົວ ກ ຮອດຕົວ ຮ ແລະພະຍັນຊະນະປະສົມ.
ພາສາທີ່ໃຊ້ເຂົ້າໃນການແຕ່ງກໍເປັນຄຳເວົ້າງ່າຍໆ ທຳມະດາ ທີ່ເຄີຍໃຊ້ ປະກອບກັບຮູບແຕ້ມງາມໆ ອັນເປັນທີ່ດຶງດູດຕາ ດຶງດູດໃຈ ໃຫ້ຢາກຈັບຢາກອ່ານ.